ລູກຂ່າຍໄຟລ໌ສະເໝືອນ macOS
ໃນ macOS, ລູກຂ່າຍຂອງພວກເຮົາສາມາດເຊື່ອມໂຍງໄຟລ໌ Nextcloud ເຂົ້າກັບ macOS ໄດ້ຢ່າງລື່ນໄຫຼໃນຮູບແບບສ່ວນເສີມຜູ້ໃຫ້ບໍລິການໄຟລ໌. ທຸກໆບັນຊີ Nextcloud ທີ່ຕັ້ງຄ່າໃໝ່ຈະຖືກເປີດໃຊ້ການເຊື່ອມໂຍງນີ້ໂດຍອັດຕະໂນມັດ.
ຄຸນສົມບັດທີ່ຮອງຮັບ
ການເກັບໄຟລ໌ ຫຼື ໂຟນເດີທັງໝົດໃຫ້ສາມາດໃຊ້ງານໄດ້ແບບອອຟລາຍ
ການເພີ່ມເນື້ອທີ່ວ່າງໃນດິດດ້ວຍການຍ້າຍສຳເນົາທ້ອງຖິ່ນອອກໂດຍບໍ່ລຶບລາຍການຖິ້ມ
ການຍ້າຍຂໍ້ມູນທ້ອງຖິ່ນອອກແບບອັດສະລິຍະ ແລະ ອັດຕະໂນມັດ
ການສະແດງຕົວຢ່າງໄຟລ໌ໃນ Finder ສຳລັບໄຟລ໌ທີ່ຍັງບໍ່ທັນໄດ້ດາວໂຫຼດ
ຮອງຮັບຮູບແບບສະເພາະຂອງ Apple ເຊັ່ນ: ຊຸດໄຟລ໌ Pages, Numbers ຫຼື Keynote
ຮອງຮັບການລັອກໄຟລ໌ຢູ່ຝັ່ງເຊີເວີ (ຖ້າເຊີເວີທີ່ເຊື່ອມຕໍ່ຮອງຮັບ)
ຮອງຮັບ "ແກ້ໄຂໃນເຄື່ອງ"
ການແບ່ງປັນກັບຜູ້ໃຊ້ອື່ນ
ການຈັດການຝັ່ງເຊີເວີທີ່ເຊື່ອມໂຍງໂດຍກົງໃນເມນູຄລິກຂວາຂອງ Finder
ການກວດພົບການປ່ຽນແປງຢູ່ຝັ່ງເຊີເວີແບບອັດຕະໂນມັດ
ການຕັ້ງຄ່າ
ການຕັ້ງຄ່າທີ່ກ່ຽວຂ້ອງກັບໄຟລ໌ສະເໝືອນສາມາດປັບແຕ່ງໄດ້ຕາມແຕ່ລະບັນຊີຜ່ານໜ້າຕ່າງການຕັ້ງຄ່າຂອງ Nextcloud desktop client.
ບ່ອນນີ້ສາມາດເປີດ ຫຼື ປິດການເຊື່ອມໂຍງເຂົ້າກັບ Finder ໄດ້.
ເມື່ອປິດການໃຊ້ງານສ່ວນເສີມຜູ້ໃຫ້ບໍລິການໄຟລ໌ໃນຂະນະທີ່ມີການປ່ຽນແປງທີ່ຍັງບໍ່ທັນໄດ້ຊິງຄ໌, macOS ຈະບັນທຶກລາຍການເຫຼົ່ານັ້ນໄວ້ໃນໂຟນເດີທີ່ຈະສະແດງໃຫ້ເຫັນໂດຍອັດຕະໂນມັດຫຼັງຈາກປິດການເຊື່ອມໂຍງ.
ການເຊື່ອມໂຍງ Finder
ໃນ macOS, ພື້ນທີ່ເກັບຂໍ້ມູນທາງໄກເຊັ່ນ ບັນຊີໄຟລ໌ Nextcloud ຈະປະກົດຂຶ້ນເປັນຕຳແໜ່ງສະເພາະໃນແຖບດ້ານຂ້າງຂອງ Finder. ຕຳແໜ່ງຕົວຈິງຂອງເນື້ອຫາໃນດິດແມ່ນຖືກກຳນົດໂດຍ macOS.
Note
ເພື່ອເລັ່ງການກວດສອບການປ່ຽນແປງຝັ່ງເຊີເວີ, ພວກເຮົາແນະນຳໃຫ້ເປີດໃຊ້ແອັບ notify_push ໃນເຊີເວີ Nextcloud ຂອງທ່ານ. ແອັບນີ້ຈະແຈ້ງເຕືອນລູກຂ່າຍເດັສທັອບກ່ຽວກັບການປ່ຽນແປງໃນເຊີເວີທັນທີທີ່ເກີດຂຶ້ນ, ເຊິ່ງຊ່ວຍຫຼຸດເວລາໃນການສະແດງການປ່ຽນແປງໃນ Finder. ຖ້າບໍ່ດັ່ງນັ້ນ, ລູກຂ່າຍຈະຕ້ອງສອບຖາມເຊີເວີເປັນໄລຍະ ເຊິ່ງຈະເຮັດໃຫ້ເກີດຄວາມຊັກຊ້າລະຫວ່າງການປ່ຽນແປງໃນເຊີເວີ ແລະ ການເບິ່ງເຫັນໃນເຄື່ອງ.
ຕົວບົ່ງບອກສະຖານະການຊິງຄ໌
ຄ້າຍຄືກັນກັບໂຟນເດີການຊິງຄ໌ແບບດັ້ງເດີມ, Finder ຈະສະແດງຕົວບົ່ງບອກສະຖານະຢູ່ຂ້າງລາຍການຕ່າງໆ. ບໍ່ຄືກັບຕົວບົ່ງບອກແບບກຳນົດເອງໃນໂຟນເດີຊິງຄ໌ແບບດັ້ງເດີມ, ຕົວບົ່ງບອກມາດຕະຖານເຫຼົ່ານີ້ແມ່ນໃຫ້ມາໂດຍ macOS ເພື່ອໃຫ້ແນ່ໃຈວ່າການສະແດງຜົນມີຄວາມສອດຄ່ອງກັນໃນທຸກແອັບເກັບຂໍ້ມູນຄລາວທີ່ຜູ້ໃຊ້ອາດຈະໃຊ້ໃນລະບົບຂອງເຂົາເຈົ້າ.
ຮູບກ້ອນເມກທີ່ມີລູກສອນຊີ້ລົງ: ລາຍການ ແລະ ລາຍການຍ່ອຍຍັງບໍ່ທັນໄດ້ດາວໂຫຼດ. ສາມາດດາວໂຫຼດໄດ້ ຖ້າມີການເຊື່ອມຕໍ່ເຄືອຂ່າຍ.
ຮູບກ້ອນເມກທີ່ມີແຕ່ຂອບ: ລາຍການຍັງບໍ່ທັນໄດ້ອັບໂຫຼດຄົບຖ້ວນໃນສະຖານະປະຈຸບັນ.
ຮູບກ້ອນເມກທີ່ມີຂີດຂ້າ: ລາຍການນີ້ຖືກຍົກເວັ້ນຈາກການຊິງຄ໌.
ຮູບວົງມົນ (Pie chart): ລາຍການກຳລັງຢູ່ໃນລະຫວ່າງການອັບໂຫຼດ ຫຼື ດາວໂຫຼດ, ແລະ ມີການສະແດງຄວາມຄືບໜ້າໃຫ້ເຫັນ.
Filled circle with a pin: The item is available offline and will be kept locally.
ບໍ່ມີໄອຄອນ: ລາຍການສາມາດໃຊ້ງານໄດ້ແບບອອຟລາຍ ແລະ ເປັນເວີຊັນຫຼ້າສຸດ.
ບັນຫາທີ່ພົບ
ຂໍ้ຂັດແຍ່ງຂອງສ່ວນເສີມ macOS
ເນື່ອງຈາກຂໍ້ຈຳກັດທາງເຕັກນິກໃນ macOS ທີ່ກຳນົດໂດຍ Apple, ມັນບໍ່ສາມາດໃຊ້ການເຊື່ອມໂຍງ Finder ສຳລັບໂຟນເດີຊິງຄ໌ແບບດັ້ງເດີມໄປພ້ອມໆກັບການເຊື່ອມໂຍງໄຟລ໌ສະເໝືອນທີ່ເປີດໃຊ້ຢູ່ໄດ້. ນັ້ນໝາຍຄວາມວ່າ ການຕົບແຕ່ງລາຍການ ແລະ ຕົວເລືອກເມນູຄລິກຂວາຈະບໍ່ສາມາດໃຊ້ງານໄດ້ສຳລັບໂຟນເດີຊິງຄ໌ແບບດັ້ງເດີມໃນຂະນະທີ່ເປີດໃຊ້ສ່ວນເສີມຜູ້ໃຫ້ບໍລິການໄຟລ໌.
ໄຟລ໌ Alias
ເມື່ອເປີດໄຟລ໌ alias ຂອງ macOS ທີ່ເກັບໄວ້ໃນ Nextcloud ເປັນຄັ້ງທຳອິດໃນອຸປະກອນທີ່ຍັງບໍ່ທັນໄດ້ດາວໂຫຼດໄຟລ໌ນັ້ນ, ໄຟລ໌ອາດຈະຖືກເປີດເປັນເອກະສານ binary ໃນ text editor ແທນທີ່ຈະໄປຫາປາຍທາງຂອງມັນ. ສິ່ງນີ້ເກີດຂຶ້ນຍ້ອນ macOS ຕັດສິນໃຈວ່າຈະເປີດໄຟລ໌ແນວໃດກ່ອນທີ່ຈະດາວໂຫຼດ, ແລະ ໄຟລ໌ alias ບໍ່ມີສ່ວນຂະຫຍາຍໄຟລ໌ ຫຼື ຂໍ້ມູນປະເພດໄຟລ໌ທີ່ລະບຸໄດ້ໃນເຊີເວີ — ວິທີດຽວທີ່ຈະລະບຸພວກມັນໄດ້ແມ່ນການອ່ານເນື້ອຫາພາຍໃນ. ເມື່ອໄຟລ໌ຖືກເປີດ ຫຼື ດາວໂຫຼດຄັ້ງໜຶ່ງແລ້ວ, Nextcloud Desktop ຈະຈື່ວ່າສິ່ງນັ້ນຄື alias ແລະ ເກັບຂໍ້ມູນນັ້ນໄວ້ໃນເຄື່ອງ, ດັ່ງນັ້ນການເປີດໃນຄັ້ງຕໍ່ໆໄປຈະເຮັດວຽກຢ່າງຖືກຕ້ອງ. ເພື່ອຫຼີກເວັ້ນບັນຫານີ້, ໃຫ້ຄລິກຂວາໃສ່ໄຟລ໌ alias ໃນ Finder ແລະ ເລືອກ ເກັບໄວ້ໃນເຄື່ອງ (Keep Downloaded) ກ່ອນທີ່ຈະເປີດມັນເປັນຄັ້ງທຳອິດ.