ການຈັດການໄຟລ໌ທີ່ຖືກລຶບ
ເມື່ອທ່ານລຶບໄຟລ໌ໃນ Nextcloud, ມັນຈະບໍ່ຖືກລຶບຖິ້ມຢ່າງຖາວອນໃນທັນທີ, ແຕ່ຈະຖືກຍ້າຍໄປໄວ້ໃນຖັງຂີ້ເຫຍື້ອເທົ່ານັ້ນ. ມັນຈະບໍ່ຖືກລຶບຖິ້ມຢ່າງຖາວອນ ຈົນກວ່າທ່ານຈະລຶບມັນດ້ວຍຕົນເອງ, ຫຼື ເມື່ອແອັບ "ໄຟລ໌ທີ່ຖືກລຶບ" Deleted Files ລຶບມັນອອກເພື່ອເພີ່ມພື້ນທີ່ຫວ່າງໃຫ້ກັບໄຟລ໌ໃໝ່.
ຄົ້ນຫາໄຟລ໌ທີ່ຖືກລຶບຂອງທ່ານໂດຍການຄລິກໃສ່ປຸ່ມ ໄຟລ໌ທີ່ຖືກລຶບ Deleted files ໃນໜ້າ "ໄຟລ໌" ຂອງເວັບອິນເຕີເຟດ Nextcloud. ທ່ານຈະມີຕົວເລືອກເພື່ອ ກູ້ຄືນ ຫຼື ລຶບໄຟລ໌ຖິ້ມຢ່າງຖາວອນ.
ໂຄຕ້າ
ໄຟລ໌ທີ່ຖືກລຶບຈະບໍ່ຖືກນັບລວມເຂົ້າໃນໂຄຕ້າການຈັດເກັບຂໍ້ມູນຂອງທ່ານ. ມີພຽງແຕ່ໄຟລ໌ສ່ວນຕົວຂອງທ່ານເທົ່ານັ້ນທີ່ຈະຖືກນັບເຂົ້າໃນໂຄຕ້າ, ບໍ່ແມ່ນໄຟລ໌ທີ່ມີຄົນແບ່ງປັນໃຫ້ທ່ານ. (ເບິ່ງ :doc:quota ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບໂຄຕ້າ.)
ວິທີທີ່ແອັບໄຟລ໌ທີ່ຖືກລຶບຈັດການພື້ນທີ່ຈັດເກັບຂໍ້ມູນ
ເພື່ອຮັບປະກັນວ່າຜູ້ໃຊ້ຈະບໍ່ໃຊ້ພື້ນທີ່ເກີນໂຄຕ້າການຈັດເກັບຂໍ້ມູນ, ແອັບ ໄຟລ໌ທີ່ຖືກລຶບ ຈະຈັດສັນພື້ນທີ່ສູງສຸດ 50% ຂອງພື້ນທີ່ຫວ່າງທີ່ມີຢູ່ໃນປັດຈຸບັນໃຫ້ກັບໄຟລ໌ທີ່ຖືກລຶບ. ຖ້າໄຟລ໌ທີ່ຖືກລຶບຂອງທ່ານເກີນຂີດຈຳກັດນີ້, Nextcloud ຈະລຶບໄຟລ໌ທີ່ເກົ່າທີ່ສຸດ (ໄຟລ໌ທີ່ມີວັນເວລາທີ່ຖືກລຶບດົນທີ່ສຸດ) ຈົນກວ່າຈະກັບມາຢູ່ໃນຂີດຈຳກັດການໃຊ້ຄວາມຈຳອີກຄັ້ງ.
Nextcloud ຈະກວດສອບອາຍຸຂອງໄຟລ໌ທີ່ຖືກລຶບທຸກຄັ້ງທີ່ມີການເພີ່ມໄຟລ໌ໃໝ່ເຂົ້າໄປໃນລາຍການໄຟລ໌ທີ່ຖືກລຶບ. ໂດຍຄ່າເລີ່ມຕົ້ນ, ໄຟລ໌ທີ່ຖືກລຶບຈະຢູ່ໃນຖັງຂີ້ເຫຍື້ອເປັນເວລາ 30 ວັນ. ຜູ້ດູແລລະບົບເຊີບເວີ Nextcloud ສາມາດປັບຄ່ານີ້ໄດ້ໃນໄຟລ໌ config.php ໂດຍການຕັ້ງຄ່າ trashbin_retention_obligation. ໄຟລ໌ທີ່ມີອາຍຸເກີນກວ່າຄ່າ trashbin_retention_obligation ຈະຖືກລຶບຖິ້ມຢ່າງຖາວອນ. ນອກຈາກນັ້ນ, Nextcloud ຍັງຄຳນວນພື້ນທີ່ຫວ່າງສູງສຸດທຸກຄັ້ງທີ່ມີການເພີ່ມໄຟລ໌ໃໝ່. ຖ້າໄຟລ໌ທີ່ຖືກລຶບເກີນພື້ນທີ່ສູງສຸດທີ່ອະນຸຍາດໃໝ່, Nextcloud ຈະລຶບໄຟລ໌ໃນຖັງຂີ້ເຫຍື້ອທີ່ໃກ້ຈະໝົດອາຍຸທີ່ສຸດຖາວອນ ຈົນກວ່າຈະຮອດຂີດຈຳກັດພື້ນທີ່ອີກຄັ້ງ.
Note
ຜູ້ດູແລລະບົບຂອງທ່ານອາດຈະຕັ້ງຄ່າໄລຍະເວລາການເກັບຮັກສາໃນຖັງຂີ້ເຫຍື້ອ ເພື່ອແທນທີ່ການຈັດການພື້ນທີ່ຈັດເກັບຂໍ້ມູນ. ເບິ່ງ ເອກະສານສຳລັບຜູ້ດູແລລະບົບ <https://docs.nextcloud.com/server/latest/admin_manual/configuration_server/config_sample_php_parameters.html#deleted-items-trash-bin>_ ສຳລັບລາຍລະອຽດເພີ່ມເຕີມ.