ການນຳໃຊ້ການແບ່ງປັນແບບ Federation

ການແບ່ງປັນແບບ Federation ຊ່ວຍໃຫ້ທ່ານສາມາດເຊື່ອມຕໍ່ການແບ່ງປັນໄຟລ໌ຈາກເຊີເວີ Nextcloud ທາງໄກໄດ້, ເຊິ່ງເປັນການສ້າງກຸ່ມເມກ Nextcloud ຂອງທ່ານເອງ. ທ່ານສາມາດສ້າງລິ້ງການແບ່ງປັນໂດຍກົງກັບຜູ້ໃຊ້ໃນເຊີເວີ Nextcloud ອື່ນໆໄດ້.

ການສ້າງການແບ່ງປັນແບບ Federation ໃໝ່

ການແບ່ງປັນແບບ Federation ຖືກເປີດໃຊ້ງານໄວ້ເປັນຄ່າເລີ່ມຕົ້ນສຳລັບການຕິດຕັ້ງ Nextcloud ໃໝ່ ຫຼື ເວີຊັນທີ່ອັບເກຣດແລ້ວ. ປະຕິບັດຕາມຂັ້ນຕອນເຫຼົ່ານີ້ເພື່ອສ້າງການແບ່ງປັນໃໝ່ກັບເຊີເວີ Nextcloud ຫຼື ownCloud 9+ ອື່ນໆ:

  1. ໄປທີ່ໜ້າ ໄຟລ໌ຂອງທ່ານ ແລະ ຄລິກທີ່ໄອຄອນ ແບ່ງປັນໃນໄຟລ໌ ຫຼື ໂຟນເດີທີ່ທ່ານຕ້ອງການແບ່ງປັນ. ໃນແຖບຂ້າງ, ໃຫ້ປ້ອນຊື່ຜູ້ໃຊ້ ແລະ URL ຂອງຜູ້ໃຊ້ທາງໄກໃນຮູບແບບນີ້: 1 @ 2. ລະບົບຈະຢືນຢັນທີ່ຢູ່ທີ່ທ່ານພິມໂດຍອັດຕະໂນມັດ ແລະ ຕິດປ້າຍກຳກັບວ່າ "remote". ໃຫ້ຄລິກໃສ່ປ້າຍກຳກັບນັ້ນ.

    ../../_images/direct-share-1.png
  2. ເມື່ອເຊີເວີ Nextcloud ຂອງທ່ານເຊື່ອມຕໍ່ກັບເຊີເວີ Nextcloud ທາງໄກສຳເລັດແລ້ວ, ທ່ານຈະເຫັນການຢືນຢັນ. ຕົວເລືອກການແບ່ງປັນດຽວຂອງທ່ານແມ່ນ ສາມາດແກ້ໄຂໄດ້.

ຄລິກປຸ່ມແບ່ງປັນໄດ້ທຸກເວລາເພື່ອເບິ່ງວ່າທ່ານໄດ້ແບ່ງປັນໄຟລ໌ໃຫ້ໃຜແດ່. ຍົກເລີກການເຊື່ອມຕໍ່ການແບ່ງປັນໄດ້ທຸກເວລາໂດຍການຄລິກທີ່ໄອຄອນຮູບຖັງຂີ້ເຫຍື້ອ. ນີ້ຈະເປັນພຽງແຕ່ການຍົກເລີກການເຊື່ອມຕໍ່ການແບ່ງປັນເທົ່ານັ້ນ ແລະ ຈະບໍ່ມີການລຶບໄຟລ໌ໃດໆ.

ການສ້າງການແບ່ງປັນຄລາວແບບ Federation ໃໝ່ຜ່ານອີເມວ

ໃຊ້ວິທີນີ້ເມື່ອທ່ານຕ້ອງການແບ່ງປັນໃຫ້ກັບຜູ້ໃຊ້ໃນ ownCloud 8.x ຫຼື ເວີຊັນທີ່ເກົ່າກວ່າ.

ຈະເຮັດແນວໃດຖ້າທ່ານບໍ່ຮູ້ຊື່ຜູ້ໃຊ້ ຫຼື URL? ທ່ານສາມາດໃຫ້ Nextcloud ສ້າງລິ້ງໃຫ້ທ່ານ ແລະ ສົ່ງທາງອີເມວໄປຫາຜູ້ຮັບໄດ້.

../../_images/create_public_share-6.png

ເມື່ອຜູ້ຮັບໄດ້ຮັບອີເມວຂອງທ່ານແລ້ວ, ເຂົາເຈົ້າຈະຕ້ອງປະຕິບັດຕາມຂັ້ນຕອນຕ່າງໆເພື່ອເຮັດໃຫ້ລິ້ງການແບ່ງປັນສົມບູນ. ທຳອິດ, ເຂົາເຈົ້າຕ້ອງເປີດລິ້ງທີ່ທ່ານສົ່ງໃຫ້ໃນເວັບບຣາວເຊີ Web browser, ແລ້ວຄລິກທີ່ປຸ່ມ ເພີ່ມໃສ່ Nextcloud ຂອງທ່ານ Add to your Nextcloud.

../../_images/create_public_share-8.png

ປຸ່ມ ເພີ່ມໃສ່ Nextcloud ຂອງທ່ານ Add to your Nextcloud ຈະປ່ຽນເປັນຊ່ອງກອກຂໍ້ມູນ, ແລະ ຜູ້ຮັບຈຳເປັນຕ້ອງປ້ອນ URL ຂອງເຊີເວີ Nextcloud ຫຼື ownCloud ຂອງເຂົາເຈົ້າລົງໃນຊ່ອງນີ້ ແລ້ວກົດປຸ່ມ Enter ຫຼື ຄລິກທີ່ຮູບລູກສອນ.

../../_images/create_public_share-9.png

ຕໍ່ຈາກນັ້ນ, ເຂົາເຈົ້າຈະເຫັນປ່ອງຢ້ຽມຢືນຢັນ. ສິ່ງທີ່ເຂົາເຈົ້າຕ້ອງເຮັດຄືຄລິກປຸ່ມ ເພີ່ມການແບ່ງປັນທາງໄກ Add remote share ແລະ ກໍຖືວ່າສຳເລັດ.

ຍົກເລີກການເຊື່ອມຕໍ່ການແບ່ງປັນຂອງທ່ານໄດ້ທຸກເວລາໂດຍການຄລິກທີ່ໄອຄອນຮູບຖັງຂີ້ເຫຍື້ອ. ນີ້ຈະເປັນພຽງແຕ່ການຍົກເລີກການເຊື່ອມຕໍ່ການແບ່ງປັນເທົ່ານັ້ນ ແລະ ຈະບໍ່ມີການລຶບໄຟລ໌ໃດໆ.