ສຳມະນາອອນລາຍ ແລະ ຫ້ອງພັກລໍຖ້າ

ຄຸນສົມບັດຫ້ອງພັກລໍຖ້າ ຊ່ວຍໃຫ້ທ່ານສາມາດສະແດງໜ້າຈໍລໍຖ້າໃຫ້ແຂກເຫັນ ຈົນກວ່າການໂທຈະເລີ່ມຂຶ້ນ. ນີ້ແມ່ນວິທີທີ່ເໝາະສົມສຳລັບການສຳມະນາອອນລາຍທີ່ມີຜູ້ເຂົ້າຮ່ວມຈາກພາຍນອກ ເປັນຕົ້ນ.

../../_images/lobby-in-talk.png

ທ່ານສາມາດເລືອກອະນຸຍາດໃຫ້ຜູ້ເຂົ້າຮ່ວມ ເຂົ້າຮ່ວມການໂທໃນເວລາໃດໜຶ່ງທີ່ກຳນົດໄວ້ ຫຼື ເມື່ອທ່ານປິດຫ້ອງພັກລໍຖ້າດ້ວຍຕົນເອງ.

ທ່ານສາມາດຕັ້ງຄ່າຫ້ອງພັກລໍຖ້າໄດ້ຢູ່ທີ່ ການຕັ້ງຄ່າການສົນທະນາ ພາຍໃຕ້ໝວດ ສຳມະນາອອນລາຍ.