ການອັບໂຫຼດໄຟລ໌ຂະໜາດໃຫຍ່
ເມື່ອອັບໂຫຼດໄຟລ໌ຜ່ານເວັບຄລາຍແອນ, Nextcloud ຈະຖືກຈຳກັດໂດຍການກຳນົດຄ່າຂອງ PHP ແລະ Apache. ຕາມຄ່າມາດຕະຖານ, PHP ຖືກກຳນົດໃຫ້ອັບໂຫຼດໄດ້ພຽງແຕ່ 2 ເມກາໄບ ເທົ່ານັ້ນ. ເນື່ອງຈາກຂີດຈຳກັດມາດຕະຖານນີ້ບໍ່ຄ່ອຍມີປະໂຫຍດປານໃດ, ພວກເຮົາຂໍແນະນຳໃຫ້ຜູ້ດູແລລະບົບ Nextcloud ຂອງທ່ານເພີ່ມຄ່າຕົວປ່ຽນ ຂອງ Nextcloud ໃຫ້ມີຂະໜາດທີ່ເໝາະສົມກັບຜູ້ໃຊ້.
ການແກ້ໄຂຄ່າຕົວປ່ຽນບາງຢ່າງຂອງ Nextcloud ແມ່ນຕ້ອງໄດ້ຮັບສິດໃນການເຂົ້າເຖິງຂອງຜູ້ດູແລລະບົບ. ຖ້າທ່ານຕ້ອງການຂີດຈຳກັດການອັບໂຫຼດທີ່ໃຫຍ່ກວ່າຄ່າມາດຕະຖານ (ຫຼື ທີ່ຜູ້ດູແລລະບົບໄດ້ກຳນົດໄວ້ແລ້ວ):
ຕິດຕໍ່ຜູ້ດູແລລະບົບຂອງທ່ານເພື່ອຮ້ອງຂໍການເພີ່ມຄ່າຕົວປ່ຽນເຫຼົ່ານີ້
ເບິ່ງທີ່ພາກສ່ວນໃນ Administration Documentation <https://docs.nextcloud.com/server/latest/admin_manual/configuration_files/big_file_upload_configuration.html>_ ທີ່ອະທິບາຍກ່ຽວກັບວິທີການຈັດການຂີດຈຳກັດຂະໜາດຂອງການອັບໂຫຼດໄຟລ໌.