ຮູບແບບການໂທ
ທ່ານສາມາດສະຫຼັບໄປມາລະຫວ່າງມຸມມອງແບບຕາຕະລາງ ແລະ ມຸມມອງແບບຜູ້ເວົ້າ ໂດຍການໃຊ້ໄອຄອນສະຫຼັບໃນເມນູສາມຈຸດ ຫຼື ແຖບດ້ານລຸ່ມ.
ມຸມມອງແບບຕາຕະລາງ
ມຸມມອງແບບຕາຕະລາງ ຈະສະແດງຜູ້ເຂົ້າຮ່ວມທັງໝົດເປັນຫ້ອງຕາຕະລາງ. ໃຊ້ປຸ່ມນຳທາງຢູ່ດ້ານຊ້າຍ ແລະ ຂວາ ເພື່ອເລື່ອນເບິ່ງຜູ້ເຂົ້າຮ່ວມ ໃນກໍລະນີທີ່ສະແດງບໍ່ໝົດໃນໜ້າຈໍ.
ມຸມມອງແບບຜູ້ເວົ້າ
ມຸມມອງແບບຜູ້ເວົ້າ (ຫຼື ເອີ້ນວ່າ ມຸມມອງແບບເນັ້ນ) ຈະຈັດວາງຜູ້ທີ່ກຳລັງເວົ້າໄວ້ທາງກາງໃນຂະໜາດໃຫຍ່ ແລະ ວາງຜູ້ເຂົ້າຮ່ວມຄົນອື່ນໆໄວ້ເປັນແຖວທາງດ້ານລຸ່ມ. ໃຊ້ປຸ່ມນຳທາງຢູ່ດ້ານຊ້າຍ ແລະ ຂວາ ເພື່ອເລື່ອນເບິ່ງຜູ້ເຂົ້າຮ່ວມ ເມື່ອລາຍຊື່ໃນແຖວນັ້ນຍາວເກີນໄປ.